Rich Road Academy
XAUUSD = ລາຄາທອງ 1 ອອນ ເປັນໂດລາ1 lot = 100 ອອນ0.01 lot: ລາຄາຂະຫຍັບ $1 = ±$1ສ່ຽງບໍ່ເກີນ 1-2% ຕໍ່ອໍເດີ

Margin Call ແລະ Stop Out - ເປັນຫຍັງອໍເດີຈຶ່ງຖືກປິດເອງ

ບົດທີ 14/33 · ຂຽນໂດຍ ທີມ Rich Road Academy · ອັບເດດ

ສະຫຼຸບບົດຮຽນ

Margin Level = Equity ÷ Margin ທີ່ໃຊ້ × 100%. ເມື່ອຂາດທຶນຈົນ Margin Level ຫຼຸດລົງຮອດລະດັບທີ່ໂບຣກເກີກຳນົດ (ມັກຢູ່ທີ່ 100%) ຈະມີ Margin Call ເຕືອນ. ຖ້າຫຼຸດຕໍ່ຮອດລະດັບ Stop Out (ມັກຢູ່ລະຫວ່າງ 20-50%) ລະບົບຈະປິດອໍເດີໃຫ້ເອງ ເພື່ອບໍ່ໃຫ້ເງິນໃນບັນຊີຕ່ຳກວ່າສູນ.

ຄຳສັບ 4 ຕົວທີ່ຕ້ອງຮູ້

ຄຳສັບ ໝາຍເຖິງ
Balance ເງິນໃນບັນຊີ ບໍ່ນັບອໍເດີທີ່ຍັງເປີດຢູ່
Equity Balance + ກຳໄລ ຫຼື ຂາດທຶນ ຂອງອໍເດີທີ່ເປີດຢູ່
Margin ເງິນຄ້ຳປະກັນທີ່ໂບຣກເກີກັນໄວ້ ສຳລັບອໍເດີທີ່ເປີດ
Free Margin Equity − Margin = ເງິນທີ່ຍັງເຫຼືອໃຫ້ເປີດອໍເດີໃໝ່

Margin Level = Equity ÷ Margin × 100%

ຕົວຢ່າງ: lot ໃຫຍ່ເກີນ

ເງິນທຶນ 500 ໂດລາ, leverage 1:100, ເປີດ Buy 0.10 lot ທີ່ 4,000 (ໃຊ້ margin ປະມານ 400 ໂດລາ). ສົມມຸດໂບຣກເກີຕັ້ງ Margin Call 100% ແລະ Stop Out 50%:

ລາຄາທອງ ຂາດທຶນ Equity Margin Level ສະຖານະ
4,000 0 $500 125% ປົກກະຕິ
3,990 −$100 $400 100% Margin Call
3,970 −$300 $200 50% Stop Out ປິດອໍເດີ
Stop OutMargin Callປອດໄພກວ່າ0%50%100%150%4,000 → 125%3,990 → 100%3,970 → 50%Margin Level = Equity ÷ Margin × 100%
Margin Level ຂອງຕົວຢ່າງທຶນ $500 ເປີດ 0.10 lot: ລາຄາລົງພຽງ 30 ໂດລາ ກໍຖືກ Stop Out

ລາຄາລົງພຽງ 30 ໂດລາ ເຊິ່ງເກີດຂຶ້ນໄດ້ພາຍໃນມື້ດຽວ ບັນຊີກໍເສຍໄປ 60%.

ຖ້າເປີດ lot ທີ່ເໝາະສົມ

ເງິນທຶນດຽວກັນ 500 ໂດລາ ແຕ່ເປີດ 0.01 lot (ໃຊ້ margin ປະມານ 40 ໂດລາ) ແລະ ຕັ້ງ Stop Loss 10 ໂດລາ:

  • Margin Level ເລີ່ມຕົ້ນ ປະມານ 1,250%
  • ຖ້າຖືກ Stop Loss ເສຍພຽງ 10 ໂດລາ (2% ຂອງເງິນທຶນ)
  • ຕ້ອງລາຄາລົງຫຼາຍກວ່າ 400 ໂດລາ ຈຶ່ງຈະຖືກ Stop Out ເຊິ່ງເກີດຍາກຫຼາຍ

ສິ່ງທີ່ຄວນຈື່

  1. Stop Out ບໍ່ແມ່ນ Stop Loss - ມັນຄືການປິດແບບບັງຄັບ ຕອນເງິນເກືອບໝົດແລ້ວ
  2. ລະດັບ Margin Call ແລະ Stop Out ແຕ່ລະໂບຣກເກີບໍ່ຄືກັນ ໃຫ້ກວດໃນເວັບໄຊຂອງໂບຣກເກີ
  3. ການຝາກເງິນເພີ່ມເພື່ອໜີ Stop Out ມັກເຮັດໃຫ້ເສຍຫຼາຍຂຶ້ນ
  4. ໃຊ້ ເຄື່ອງຄິດໄລ່ lot ແລະ ກົດ 1-2% ທຸກຄັ້ງ

ຖາມ-ຕອບທ້າຍບົດ

Margin Call ກັບ Stop Out ຕ່າງກັນແນວໃດ?

Margin Call ແມ່ນການເຕືອນວ່າເງິນຄ້ຳປະກັນເຫຼືອໜ້ອຍ. Stop Out ແມ່ນການທີ່ລະບົບປິດອໍເດີໃຫ້ເອງ ເລີ່ມຈາກອໍເດີທີ່ຂາດທຶນຫຼາຍທີ່ສຸດ.

ຈະບໍ່ໃຫ້ຖືກ Stop Out ຕ້ອງເຮັດແນວໃດ?

ເປີດ lot ໃຫ້ນ້ອຍເມື່ອທຽບກັບເງິນທຶນ, ຕັ້ງ Stop Loss ທຸກອໍເດີ ແລະ ສ່ຽງບໍ່ເກີນ 1-2% ຕໍ່ອໍເດີ. ຖ້າເຮັດແບບນີ້ Stop Loss ຈະປິດອໍເດີກ່ອນ Stop Out ສະເໝີ.

ຢາກຮຽນກັບພວກເຮົາ?

ທັກຫາພວກເຮົາທາງ Facebook Messenger ເພື່ອສອບຖາມລາຍລະອຽດກຸ່ມຮຽນ.

ທັກ Messenger