ອ່ານໜ້າຈໍລາຄາໃຫ້ເປັນ - ສັນຍາລັກ, Bid, Ask ແລະ Spread ສຳລັບມືໃໝ່
ໜ້າຈໍລາຄາມີ 2 ລາຄາສະເໝີ. Bid ແມ່ນລາຄາທີ່ເຮົາຂາຍໄດ້ (ປຸ່ມ Sell) ແລະ Ask ແມ່ນລາຄາທີ່ເຮົາຊື້ໄດ້ (ປຸ່ມ Buy). Ask ສູງກວ່າ Bid ເລັກນ້ອຍ ສ່ວນຕ່າງນີ້ເອີ້ນວ່າ Spread ເປັນຕົ້ນທຶນຂອງທຸກອໍເດີ. ເປີດອໍເດີປຸບ ຈຶ່ງເຫັນຕິດລົບເລັກນ້ອຍທັນທີ.
ໜ້າຈໍລາຄາມີຫຍັງແດ່
ເມື່ອເປີດແອັບເທຣດ (ເຊັ່ນ MetaTrader 5) ຈະເຫັນລາຍການລາຄາປະມານນີ້:
| ສ່ວນ | ຄວາມໝາຍ |
|---|---|
| XAUUSD | ສັນຍາລັກຂອງສິ່ງທີ່ຈະເທຣດ (ທອງຄຳໂລກ) |
| Bid | ລາຄາທີ່ເຮົາ ຂາຍ ໄດ້ ໃຊ້ຕອນກົດ Sell |
| Ask | ລາຄາທີ່ເຮົາ ຊື້ ໄດ້ ໃຊ້ຕອນກົດ Buy |
| Spread | ສ່ວນຕ່າງ Ask − Bid ແມ່ນຕົ້ນທຶນ |
ເປັນຫຍັງຕ້ອງມີສອງລາຄາ
ຄືກັບຮ້ານແລກເງິນ. ຮ້ານຈະຮັບຊື້ໂດລາຈາກເຮົາຖືກກວ່າລາຄາທີ່ຂາຍໃຫ້ເຮົາ ສ່ວນຕ່າງແມ່ນລາຍໄດ້ຂອງຮ້ານ.
ໃນການເທຣດກໍເຊັ່ນກັນ ໂບຣກເກີໃຫ້ລາຄາ ຊື້ (Ask) ສູງກວ່າລາຄາ ຂາຍ (Bid) ເລັກນ້ອຍ.
ຕົວຢ່າງ
- Bid = 4,000.10
- Ask = 4,000.40
- Spread = 4,000.40 − 4,000.10 = 0.30 ໂດລາ (30 point)
ຖ້າເຮົາກົດ Buy 0.01 lot ຈະຊື້ທີ່ 4,000.40 ແຕ່ຖ້າປິດທັນທີ ຕ້ອງຂາຍທີ່ 4,000.10 ຈຶ່ງຕິດລົບ 0.30 ໂດລາ ທັນທີ. ລາຄາຕ້ອງຂຶ້ນເກີນ Spread ກ່ອນ ຈຶ່ງເລີ່ມມີກຳໄລ.
Spread ກວ້າງຂຶ້ນເມື່ອໃດ
- ຕອນ ຂ່າວໃຫຍ່ ອອກ
- ຕອນ ຕະຫຼາດຫາກໍເປີດ ຫຼື ໃກ້ປິດ
- ຊ່ວງທີ່ຄົນຊື້-ຂາຍໜ້ອຍ ເຊັ່ນ ຊ່ວງເຊົ້າມືດ ຕາມເວລາລາວ
ມືໃໝ່ຄວນເທຣດຊ່ວງທີ່ Spread ແຄບ ແລະ ເບິ່ງ Spread ກ່ອນກົດທຸກຄັ້ງ.
ຕົວເລກອື່ນໆໃນໜ້າຈໍ
- High / Low = ລາຄາສູງສຸດ ແລະ ຕ່ຳສຸດຂອງມື້
- ຕົວເລກສີຟ້າ/ແດງ = ລາຄາຫາກໍຂຶ້ນ ຫຼື ລົງ (ສີຕ່າງກັນຕາມແອັບ)
- ທົດສະນິຍົມ 2 ຕຳແໜ່ງ = ທອງເໜັງເທື່ອລະ 0.01 ເອີ້ນວ່າ point ອ່ານຕໍ່ໃນບົດ Pip ແລະ Point
ລອງເຮັດ
ເປີດແອັບເທຣດໃນບັນຊີທົດລອງ ຄົ້ນຫາ XAUUSD ແລ້ວເບິ່ງວ່າ Spread ຕອນນີ້ເທົ່າໃດ. ລອງເບິ່ງຊ້ຳໃນເວລາຕ່າງກັນ ຈະເຫັນວ່າ Spread ບໍ່ຄົງທີ່.
ບົດຕໍ່ໄປ: ໂບຣກເກີແມ່ນຫຍັງ ເງິນຂອງເຮົາຢູ່ໃສ
ຖາມ-ຕອບທ້າຍບົດ
ເປັນຫຍັງເປີດອໍເດີແລ້ວຕິດລົບທັນທີ?
ເພາະ Spread. ຕອນ Buy ເຮົາຊື້ທີ່ລາຄາ Ask ແຕ່ລະບົບຄິດກຳໄລ-ຂາດທຶນຈາກລາຄາ Bid ທີ່ຕ່ຳກວ່າ ຈຶ່ງຕິດລົບເທົ່າກັບ Spread ຕັ້ງແຕ່ທຳອິດ. ເປັນເລື່ອງປົກກະຕິ.
ຕົວເລກຫຼັງຈຸດທົດສະນິຍົມແມ່ນຫຍັງ?
ທອງສະແດງທົດສະນິຍົມ 2 ຕຳແໜ່ງ ເຊັ່ນ 4,000.25 ຫຼັກສຸດທ້າຍເອີ້ນວ່າ point ເໜັງເທື່ອລະ 0.01. ອ່ານຕໍ່ໃນບົດ Pip ແລະ Point.